• Color Choose:

Starting from

Get a personalized quote

Safety

Safety
4
airbags

ເປັນຫລາຍກວ່າລົດກະບະ

ເຊຟໂລເລດໂຄໂລລາໂດໃຫມ່ສໍາຫລັບຄົນທີ່ບໍ່ເຄີຍຢຸດທີ່ຈະໄປຕໍ່ມາພ້ອມຂຸມພະລັງຈາກເຄື່ອງຈັກເບິ່ງລາແມໍກດີກາເທີໂບ 25 ລິດລະບົບຊ່ວງຮ່າງໃຫມ່ດີໄຊພາຍໃນອັນປະນີດແລະເທກໂນໂລຍີທີ່ລ້ໍາຫນ້ານີ້ຄືກະບະທີ່ມາພ້ອມລະບົບຂັບເຄື່ອນ 4 ລໍ້ສ້າງສັນເພື່ອຖ້າທາຍທຸກເສັ້ນທາງໄປກັບທ່ານ,ຄົ້ນພົບຫລາກຫລາຍຕົວເລືອກທີ່ເຫມາະກັບໄລສະໄຕການໃຊ້ຊີວິດຂອງທ່ານບໍ່ວ່າຈະເປັນຮຸ່ນໄຮຄັນທີ ຊີ - ແຄໍບຫລືເອັກ - ແຄໍບພ້ອມລຸຍໄປໄດ້ທຸກທີ່ທັງໃນເມືອງໄປຈົນເຖິງຍອດເຂົາສູງບໍ່ວ່າເສັ້ນທາງຂ້າງຫນ້າຈະທ້າທາຍພຽງໃດທຸກຈຸດຫມາຍກໍເປັນເລື່ອງງ່າຍສຳຫລັບທ່ານ

ພະລັງທີ່ມາພ້ອມຄວາມປະຫຍັດ

ສໍາຫລັບພະລັງຄວາມແຮງໂຄໂລລາໂດບໍ່ເຄີຍຍອມໃຜເພາະມາພ້ອມສມັນຖະຫນະຄວາມແຮງເຫນືອຊັ້ນການຄວບຄຸມແລະໃຊ້ເຊື້ອເພີງທີ່ມີປະສິດທິພາບເຫມາະທັງວຽກທ້າທາຍແລະການອອກຄົ້ນຫາເສັ້ນທາງໃຫມ່ບໍ່ວ່າຈຸດຫມາຍຈະຢູໃສໂຄໂລລາໂດກໍພ້ອມໄປກັບທ່ານ

     

    ໃຫມ່ເຄື່ອງຈັກເບິ່ງລາແມກກາຊວນ 2.5 ລິດພ້ອມເທີໂບແປຜັນ (VGT)

    ຫົວໃຈສໍາຄັນຂອງໂຄໂລລາໂດຄືຂຸມພະລັງແຫ່ງເຄື່ອງຈັກໃຫມ່ເບິ່ງລາແມກກາຊວນ 25 ລິດພ້ອມເທີໂບແປຜັນ (VGT) ຜະລິດກໍາລັງສູງສຸດ 180 ແຮງມ້າທີ່ 3,600 ຮອບ / ນາທີແຮງບິດສູງສຸດເຖິງ 440 ນິວຕັນ - ເມດທີ່ 2,000 ຮອບ / ນາທີທັງຍັງ ມີອຸປະກອນດູດຊັບສຽງ (Centrifugal Pendulum Absorber-CPA) ຊ່ວຍລົດສຽງຮົບກວນແລະແຮງສັ່ນສະເທືອນຈາກລະບົບຂັບເຄື່ອນສູ່ພາຍໃນຫ້ອງໂດຍສານເພື່ອໃຫ້ການຂັບຂີ່ຂອງທ່ານງຽບສະຫງົບກວ່າທີ່ເຄີຍ

    ເກຍ 6 ສະປີດ

    ລະບົບສົ່ງກໍາລັງອັນຊົງປະສິດທິພາບຂອງໂຄໂລລາໂດໃຫມ່ມາໃນຮູບແບບເກຍອັດໂນມັດແລະເກຍທໍາມະດາ 6 ສະປີດຊຶ່ງເຮັດວຽກຜະສານກັບລະບົບຂັບເຄື່ອນປ່ຽນເກຍໄດ້ອຍ່າງນຸ່ມນວນລົງຕົວ

    ສະຫວິດຄວບຄຸມລະບົບຂັບເຄື່ອນ 4 ລໍ້

    ເລືອກປັບປ່ຽນໄດ້ທັງລະບົບຂັບເຄື່ອນ 4 ລໍ້ແລະ 2 ລໍ້ພາຍໃນເວລາບໍ່ຈັກວິນາທີເມື່ອໃຊ້ລະບົບຂັບເຄື່ອນແບບ 4 ລໍ້ໂຄໂລລາໂດໃຫ້ການຍຶດເກາະທີ່ດີໃນທຸກສະພາບຖະຫນົນບໍ່ວ່າຈະສູງຊັນເປັນຂຸມຫລືເປັນຂີ້ຕົມແລະຍັງສາມາດ ປັບປ່ຽນເປັນລະບົບຂັບເຄື່ອນແບບ 2 ລໍ້ເພື່ອການຂັບຂີ່ທີ່ມີປະສິດທິພາບແລະປະຫຍັດນ້ໍາມັນອີກດ້ວຍ

    ຄວບຄຸມໄດ້ທຸກການເຊື່ອມຕໍ່

    ເຫນືອມາດຕະຖານກະບະທົ່ວໄປກັບຄັ້ງທໍາອິດທີ່ທ່ານຈະໄດ້ສໍາຜັດນະວັດກໍາແຫ່ງອະນາຄົດຢ່າງ Apple CarPlayTM ພາຍໃນລົດກະບະເພີດເພີນກັບຄວາມບັນເທີງການຕິດຕໍ່ສື່ສານຫລືລະບົບນໍາທາງໄດ້ທຸກເສັ້ນທາງດ້ວຍ Chevrolet MyLink ລະບົບເຊື່ອມຕໍ່ການສື່ສານແລະຄວາມບັນເທີງແບບສະບັບເສພາະຂອງເຊຟ ໂລເລດເທົ່ານັ້ນຄວບຄຸມດ້ວຍຫນ້າຈໍສໍາຜັດຂະຫນາດ 8 ນິ້ວທັງຍັງສັ່ງວຽກໄດ້ດ້ວຍສຽງເພື່ອຄວບຄຸມເພງເລືອກລາຍຊື່ຫລືແມ້ແຕ່ ຄົ້ນຫາເສັ້ນທາງພ້ອມເຕີມເຕັມທຸກເສັ້ນທາງໃຫ້ຫນ້າປະທັບໃຈຍິ່ງຂຶ້ນ ລະບົບເຊື່ອມຕໍ່ການສື່ສານແລະຄວາມບັນເທີງພາຍໃນລົດເປັນຜະລິດພັນຂອງ Apple ຢູ່ພາຍໃຕ້ເງື່ອນໄຂແລະຄວາມເປັນສ່ວນຕົວຈໍາເປັນຕ້ອງມີສະຫມາດໂຟນທີ່ສາມາດຮອງຮັບການໃຊ້ວຽກໄດ້ອາດມີຄ່າໃຊ້ຈ່າຍໃນແຜນບໍລິການຂໍ້ມູນເຄື່ອງຫມາຍການຄ້າ Apple ແລະ iPhone ຈົດລິຂະສິດໂດຍ Apple Inc ໃນສະຫະລັດອະເມລິກາແລະປະເທດອື່ນ ໆ ລະບົບການໃຊ້ວຽກ Apple CarPlayTM ເປັນລິຂະສິດຂອງ Apple Inc

    ເຂົ້າເຖິງທຸກເທັກໂນໂລຢີຈາກລະບົບເຊື່ອມຕໍ່ການຊື່ສານແລະຄວາມບັນເທິງພຽງເທື່ອດຽວ Chevrolex

    My link ໃຫ້ທ່່ານຈັບຄູ່ກັບອຸປະກອນຜ່ານບູທູດຫຼືຊ່ອງຕໍ່ USB ເຊື່ອມຕໍ່ການສືສານແລະຄວາມບັນເທິງໄດ້ນໃນຂະນະຂັບລົດທ່ານສາມາດເຊື່ອມຕໍ່ອຸປະກອນທີ່ທ່ານຕ້ອງການໄດ້ເຖິງ7ໜ່ວຍ ທ່ານສາມາດເລືອກ Apple Carplay ເພື່ອໃຫ້ເຮົາເຊື່ອມລາຍຊື່ເພງແລະແຜນທີ່ນຳພຽງບໍ່ຮອດນາທີ່

    Apple CarPlay

    ຄືວິທີແບບສະຫຼາດປອດໄພກວ່າສຳລັບການໃຊ້ iphone ຂະນະຂັບຂີ່ພຽງແຕ່ເຊື່ອມຕໍ່ອຸປະກອນ Apple ຂອງທ່ານຜ່ານຊ່ອງທາງ USB ຫຼື ບູທູດ ເພື່ອໃຫ້ເປັນໜຶ່ງດຽວກັບ Chevrolet MyLink ໂດຍຟັງຊັນທີສຳຄັນໃນ iphone ຈະປາກົດເຖິງໜ້າຈໍທັດສະກີນໃຫ້ທ່ານເລືອກໃຊ້ງານ ບໍ່ວ່າຈະເປັນໂທລະສັບ ຂໍ້ຄວາມ ແຜນທີ່ ເພງ ແລະຍັງສາມາດໃຊ້ siri ເພື່ອເຮັດການໂທ ອ່ານແລະສົ່ງຂໍ້ຄວາມ ນອກຈາກນີ້ Apple CarPlay ຍັງສາມາດເຂົ້າເຖິງແອບພິເຄຊັ້ນອື່ນໆ ໃນ iphone ຂອງທ່ານໄດ້ນໍາ

    ລະບົບເຊື່ອມຕໍ່ການສື່ສານແລະຄວາມບັນເທີງພາຍໃນລົດເປັນຜະລິດພັນຂອງ Apple ຢູ່ພາຍໃຕ້ເງື່ອນໄຂແລະຄວາມເປັນສ່ວນຕົວຈໍາເປັນຕ້ອງມີສະຫມາດໂຟນທີ່ສາມາດຮອງຮັບການໃຊ້ວຽກໄດ້ອາດມີຄ່າໃຊ້ຈ່າຍໃນແຜນບໍລິການຂໍ້ມູນເຄື່ອງຫມາຍການຄ້າ Apple ແລະ iPhone ຈົດລິຂະສິດໂດຍ Apple Inc. ໃນສະຫະລັດອະເມລິກາແລະປະເທດອື່ນ ໆ ລະບົບການໃຊ້ວຽກ Apple CarPlay ເປັນລິຂະສິດຂອງ Apple Inc "

    ລີໂມດສະຕາດ (Remote Start)

    ຄັ້ງທໍາອິດກັບລີໂມດສະຕາດເທິງລົດກະບະເຊຟໂລເລດໂຄໂລລາໂດໃຫມ່ພ້ອມສະເຫມີເພື່ອການຍ່າງທາງຂອງຄຸນຄຸນສາມາດສະຕາດລົດໄດ້ແມ້ຢູ່ນອກຕົວລົດພ້ອມທັງສັ່ງການໃຫ້ລະບົບປັບອາກາດພາຍໃນຫ້ອງໂດຍສານເຮັດວຽກໂດຍອັດໂນມັດທີ່ອຸນຫະພູມິລະດັບ 25 ອົງສາເຊນຊຽດນອກຈາກນີ້ຍັງສາມາດຄວບຄຸມການເລື່ອນຂຶ້ນ - ລົງຂອງແວ່ນຫນ້າຕ່າງທັງ 4 ບານ.

    ສະຫມາດສະຕາດ

    ກຸນແຈພ້ອມລີໂມດຄອນໂທນສາມາດສະຕາດເຄື່ອງຈັກໄດ້ກ່ອນທີ່ທ່ານຈະເຖິງລົດພ້ອມສັ່ງລະບົບປັບອາກາດເຮັດວຽກໂດຍອັດໂນມັດໃຫ້ຄວາມສະດວກສະບາຍຫລາຍຍິ່ງຂຶ້ນ

    ເຢັນສະບາຍຈາກພາຍໃນ

    ໃຫ້ຫ້ອງໂດຍສານເຢັນສະບາຍກ່ອນຂຶ້ນລົດຟັງຊັ່ນນີ້ເປັນປະໂຍດຢ່າງຫລາຍໃນວັນອາກາດຮ້ອນລະບົບປັບອາກາດພາຍໃນຫ້ອງໂດຍສານຈະເຮັດວຽກໂດຍອັດໂນມັດທີ່ອຸນຫະພູມິລະດັບ 25 ອົງສາ

    ໄຟຊ່ວຍໃນການເບິ່ງເຫັນລົດ

    ໄຟສ່ອງສະຫວ່າງສໍາຫລັບການຂັບຂີ່ໃນເວລາກາງວັນແບບ LED ຈະເຮັດວຽກເມື່ອສັ່ງການຈາກກຸນແຈລົດຊຶ່ງຈະຊ່ວຍໃຫ້ທ່ານລະບຸຕໍາແຫນ່ງຂອງລົດທີ່ຈອດໃນບໍລິເວນທີ່ມີລົດຫນາແຫນ້ນແລະຍັງຊ່ວຍໃຫ້ເບິ່ງເຫັນລົດໄດ້ງ່າຍໃນບ່ອນມືດເຮັດໃຫ້ສະບາຍໃຈ ທຸກຄັ້ງທີ່ຈອດລົດ

    ພວງມາໄລເພົາເວີຄວບຄຸມການເຮັດວຽກດ້ວຍລະບົບໄຟຟ້າ (Electric Power Steering)

    ເຂົ້າໂຄ້ງໄດ້ຢ່າງຫມັ້ນໃຈດ້ວຍພວງມາໄລເພົາເວີຄວບຄຸມການເຮັດວຽກດ້ວຍລະບົບໄຟຟ້າ (EPS) ຊ່ວຍໃຫ້ການຕອບສະຫນອງແນ່ນອນລົດການສັ່ນສະເທືອນຈາກລໍ້ຂະນະລ້ຽວນອກຈາກນີ້ຍັງຊ່ວຍປະຫຍັດນ້ໍາມັນຫລາຍຂຶ້ນໃຫ້ທ່ານຍ່າງທາງໄດ້ໄກກວ່າທີ່ເຄີຍ

    ແວ່ນເບິ່ງຫລັງພາຍໃນລົດຕັດແສງອັດໂນມັດ (Electrochromic)

    ແວ່ນເບິ່ງຫລັງທີ່ມາພ້ອມເທກໂນໂລຍີອັນລ້ໍາຫນ້າຈະຊ່ວຍກວດຈັບແສງໄຟຈາກດ້ານຫລັງແລະຊ່ວຍປັບລົດແສງສະທ້ອນອັດໂຕໂນມັດເພື່ອກໍາຈັດແສງທີ່ທ່ານບໍ່ຕ້ອງການບໍ່ຕ້ອງຫລີ່ຕາເມື່ອມີແສງເຂົ້າຈາກດ້ານຫລັງລົດອີກຕໍ່ໄປ

    ສ້າງສັນເພື່ອຄົນໃຈເຖິງ

    ແລ້ວການຂັບຂີ່ໄລຍະໄກກໍເປັນເລື່ອງງ່າຍໆດ້ວຍລະບົບຄວບຄຸມຄວາມໄວອັດໂນມັດ (Cruise Control) ທີ່ໃຫ້ຄຸນສາມາດຕັ້ງຄ່າແລະຄວບຄຸມຄວາມໄວຂອງລົດໄດ້ດ້ວຍປຸ່ມຄວບຄຸມໃຊ້ວຽກເທິງພວງມາໄລ

    ລະບົບຄວບຄຸມຄວາມໄວອັດໂນມັດ (Cruise Control)

    ຢຸດສາຍຕາທຸກຄູ່ໄວ້ທີ່ເຊຟໂລເລດໂຄໂລລາໂດໃຫມ່ທີ່ມາພ້ອມເສັ້ນສາຍແລະລາຍະລະອຽດຮອບຕົວລົດສະທ້ອນເຖິງບຸກຄະລິກກະພາບອັນແຂງແກ່ງດຸດັນຕາມແບບສະບັບຂອງກະບະພີມຽມສະໄຕອະເມລິກັນທັງຍັງບົ່ງບອກເຖິງສມັນຖະຫນະທີ່ດີຢ້ຽມພ້ອມລຸຍເທິງເສັ້ນທາງອອຟໂລດນີ້ຄືກະບະທີ່ແກ່ງໃນທຸກມຸມເບິ່ງ

      ສໍາຜັດໂຄໂລລາໂດໃນມຸມເບິ່ງແບບ 360°

      ລະບົບເປີດ - ປິດໄຟຫນ້າອັດໂນມັດ

      ຄົ້ນພົບເທກໂນໂລຍີໃຫມ່ໃນໂຄໂລລາໂດເຊັນເຊີອັດສະລິຍະທີ່ສາມາດກວດຈັບຄວາມເຂັ້ມຂອງແສງພ້ອມເປີດການເຮັດວຽກຂອງໄຟຫນ້າໂດຍອັດໂນມັດເມື່ອຄວາມນ້ອຍຫລືເສັ້ນທາງຝຸ່ນຫນາແລະຈະດັບໄຟ ເມື່ອມີແສງສະຫວ່າງພຽງພໍ

      ແຜງຫນ້າປັດດີໄຊໃຫມ່

      ມຸ່ງສູ່ຈຸດຫມາຍໄປພ້ອມແຜງຫນ້າປັດທີ່ໄດ້ຮັບການອອກແບບໃຫມ່ສະປອດໂສບເສ່ຍວະແລະມາດວັດເຮືອງແສງໃຫ້ຄຸນອ່ານຄ່າຕ່າງໆໄດ້ງ່າຍຍິ່ງຂຶ້ນ

      Body Side Molding Chrome

      ມືຈັບປະຕູພາຍໃນຕົວລົດແບບໂຄເມຍມະ

      ເພີ່ມຄວາມຫລູຫລາຢ່າງມີລະດັບໃຫ້ກັບໂຄໂລລາໂດໄຮຄັນທີຕາສັນລັກຂອງໄຮຄັນທີນັ້ນສ້າງສັນຈາກວັດສະດຸເຄືອບເງົາໃຫ້ຄວາມຮູ້ສຶກເຖິງຄວາມພີມຽມ

      Body Side Molding Black

      ເບາະປັບລະດັບໄດ້ 6 ທິສະທາງ

      ເບາະປັບລະດັບດ້ວຍລະບົບໄຟຟ້າຄວບຄຸມໂດຍສະຫວິດ 6 ທິສະທາງໃຫ້ທ່ານປັບລະດັບເບາະໄດ້ໂດຍງ່າຍບໍ່ວ່າຈະເປັນຄວາມສູງໄລຍະຫ່າງແລະມຸມພະນັກພິງເພື່ອປະສົບການຂັບຂີ່ທີ່ຍອດຢ້ຽມ

      Ground Effect Kit - Rocker Molding (Side)

      ລະບົບປັບອາກາດແບບອັດໂນມັດ

      ຊ່ວຍຮັກສາອຸນຫະພູມິພາຍໃນຫ້ອງໂດຍສານແລະປັບທິສະທາງແຮງລົມໃຫ້ຄຸນຜ່ອນຄາຍກັບອຸນຫະພູມິພາຍໃນຫ້ອງໂດຍສານທີ່ເຫມາະສົມແລະບໍ່ຕ້ອງກັງວົນກັບການປັບລະບົບປັບອາກາດພາຍໃນລົດອີກຕໍ່ໄປ

      ລະບົບຄວາມປອດໄພອັນຊານສະຫລາດ

      ໃຫ້ການຂັບຂີ່ເຊຟໂລເລດໂຄໂລລາໂດໃຫມ່ເຕັມໄປດ້ວຍຄວາມຫມັ້ນໃຈວາງໃຈໄດ້ໃນທຸກເສັ້ນທາງດ້ວຍລະບົບຄວາມປອດໄພທີ່ອອກແບບໃຫມ່ທັງພາຍນອກແລະພາຍໃນແຂງແກ່ງປອດໄພເພື່ອປົກປ້ອງທ່ານແລະຄົນທີ່ທ່ານຮັກໃນຊ່ວງເວລາທີ່ສໍາຄັນນອກຈາກນີ້ຍັງມີລະບົບຄວາມ ປາດໄພອັດສະລິຍະທີ່ຈະຊ່ວຍໃຫ້ຂັບຂີ່ສົມບູນແບບຢ່າງທີ່ບໍ່ເຄີຍສໍາຜັດມາກ່ອນ

      ຄວາມປອດໄພເລີ່ມຕົ້ນຈາກພາຍໃນ

      ໂຄງສ້າງນິລະໄພແຂງແກ່ງແລະທົນທານ ພາຍໃຕ້ຮູບລັກພາຍນອກທີ່ແຂງແກ່ງຂອງໂຄໂລລາໂດນັ້ນໄດ້ຊ່ອນໂຄງສ້າງຕົວຖັງທີ່ທົນທານປ້ອງກັນການບິດຕົວຂອງຕົວຖັງໄດ້ດີຢ້ຽມພ້ອມເສີມຄວາມແຂໍງແຮງດ້ວຍຄານນິລະໄພດ້ານຂ້າງທີ່ແຜງປະຕູຊ່ວຍດູດຊັບແຮງກະແທກຈາກການຊົນດ້ານຂ້າງໄດ້ ຢ່າງມີປະສິດທິພາບອອກແບບໃຫມ່ຫມົດໃຫ້ການຊົງຕົວແລະເກາະຖະຫນົນເປັນຢ້ຽມເຫມາະກັບການບັນທຸກທຸກຮູບແບບການໃຊ້ວຽກນອກຈາກນີ້ໂຄໂລລາໂ ດົ່ງມາພ້ອມຖົງລົມນິລະໄພຄູ່ຫນ້າແລະຖົງລົມນິລະໄພບໍລິເວນຫົວເຂົ່າຫມັ້ນໃຈກັບການປົກປ້ອງທີ່ຫລາຍຂຶ້ນກວ່າທີ່ເຄີຍ

      ລະບົບແຈ້ງເຕືອນການຊົນດ້ານຫນ້າ

      ຊ່ວຍເຕືອນທ່ານຫາກພົບວ່າລົດເຂົ້າໃກ້ຄັນຫນ້າຫລາຍ ເກີນໄປຫລືໄວເກີນໄປເພື່ອໃຫ້ຄຸນຫລີກລ່ຽງ ການຊົນທີ່ອາດຈະເກີດຂຶ້ນໄດ້

      ເຊັນເຊີຫນ້າ - ຫະລັງຊ່ວຍໃນການນໍາລົດເຂົ້າຈອດ

      ຊ່ວຍໃນການນໍາລົດເຂົ້າຈອດງ່າຍຂຶ້ນໂດຍສະເພາະເວລາເຄື່ອນທີ່ເຂົ້າ - ອອກຈາກພື້ນທີ່ແຄບເຊັນເຊີດ້ານຫນ້າຈະຊ່ວຍເຕືອນທ່ານຈາກສິ່ງກີດຂວາງທີ່ເບິ່ງບໍ່ເຫັນໃນຂະນະທີ່ກ້ອງສະແດງພາບດ້ານຫລັງຂະນະຖອຍລົດໃຫ້ຄທ່ານ "ເຫັນ" ໂດຍບໍ່ຕ້ອງຫັນໄປເບິ່ງດ້ານຫລັງ

      ລະບົບຊ່ວຍເຕືອນເມື່ອຂັບຂີ່ລົດອອກນອກຊ່ອງຈະລາຈອນ

      ຖ້າທ່ານປ່ຽນເລນໂດຍບໍ່ເປີດໄຟລ້ຽວໂຄໂລລາໂດຈະມີເຊັນເຊີກວດຈັບການອອກນອກເລນໂດຍບໍ່ໄດ້ຕັ້ງໃຈແລະສົ່ງສຽງເຕືອນໃຫ້ຄຸນຮູ້ເພື່ອຊ່ວຍຫລີກລ່ຽງການເກີດອຸບັດເຫດ

      ລົດລົງທາງລາດຊັນ (HDC) ແລະລະບົບຊ່ວຍການອອກຕົວຂະນະລົດຢູ່ເທິງທາງລາດຊັນ (HSA)

      ຮັບມືເຫດການບໍ່ຄາດຝັນຈາກການຂຶ້ນ - ລົງທາງລາດຊັນດ້ວຍລະບົບຄວບຄຸມຄວາມໄວອັດໂນມັດຂະນະລົດລົງທາງລາດຊັນ (HDC) ແລະລະບົບຊ່ວຍການອອກຕົວຂະນະລົດຢູ່ເທິງທາງລາດ (HSA)ຊ່ວຍປ້ອງກັນລົດຖອຍລົງຂະນະຂຶ້ນທາງລາດຊັນ

      • ລະບົບເບກປ້ອງກັນລໍ້ລັອກ (ABS) ຊ່ວຍປ້ອງກັນອາການລໍ້ລັອກທີ່ເກີດຂຶ້ນໃນລະຫວ່າງການເບກສຸກເສີນແລະເປັນປະໂຍດຢ່າງຍິ່ງໃນສະພາບຖະຫນົນໝື່ນ

      • ລະບົບຄວບຄຸມການຊົງຕົວຂອງລົດ (ESC) ລະບົບນີ້ຈະຊ່ວຍຄວບຄຸມການຊົງຕົວໂດຍການກວດສອບແລະລົດການສູນເສຍການຊົງຕົວໃນທຸກສະພາບການຂັບຂີ່

      • ລະບົບປ້ອງກັນການລື່ນໄຖລແລະລໍ້ຫມຸນຟລີ (TCS) ຄຸນສົມບັດນີ້ຈະຊ່ວຍປ້ອງກັນອາການລໍ້ຫມຸນຟລີເພື່ອໃຫ້ມີການຍຶດເກາະທີ່ດີຂຶ້ນ

      • ລະບົບກະຈາຍແຮງເບກ (EBD) ຮັກສາການຄວບຄຸມໂດຍກະຈາຍແຮງເບກໃນແຕ່ລະລໍ້ຢ່າງເຫມາະສົມ

        ຕິດຕາມ​ເຊບໂຣເລັກ