Starting from

Get a personalized quote

ທຸກໆທ່ານຕ້ອງການໃຫ້ຢູ່ໃນໃຈ

ສິ່ງທີ່ເກີດຂື້ນໃນເວລາທີ່ທ່ານລວມປະໂຫຍກຄຳວ່າລົດບັນທຸກເຂົ້້້າໄວ້ນຳກັນ, ຄວາມເໜື້ອຊັ້ນ ຂອງ SUV ແລະ ສິ່ງອໍານວຍຄວາມສະດວກທີ່ທ່ານຕ້ອງການຈະພົບໃນຍານພາຫະນະທີ່ຫຼູຫລາ? ທ່ານໄດ້ຮັບ ເຊບໂຣເລດ ສັບເບີບານ 2017 ທີມີປະສິດທິພາບຄັນີ້. ມີການຄາດຄະເນການບໍລິໂພກນໍ້າມັນເຊື້ອໄຟທາງດ່ວນປະມານ 10,4 ລິດ / 100 ກິໂລແມັດ, ໃຫ້ທ່ານສາມາດໄປບ່ອນທີ່ທ່ານຕ້ອງການ ແລະ ມັນໄດ້ຖືກສ້າງຂຶ້ນເພື່ອຮັບໃຊ້ຄວາມຕ້ອງການຂອງຄອບຄົວຂອງທ່ານ. ມັນບໍ່ເປັນເລື່ອງແປກທີ່ວ່າ ສັບເບີບານ ຈະມີຊື່ສຽງເປັນທີ່ຮູ້ຈັກຍາວທີ່ສຸດໃນປະຫວັດສາດລົດຍົນ.

    ບ່ອນໃດທີ່ທ່ານໄປ ຄືກັບວ່າຢູ່ບ້ານຕົວເອົງ

    ຄວາມສະດວກສະບາຍຄືກັບຢູ່ບ້ານໃນຂະນະທີ່ກຳລັງເດີນທາງໄກ, Chevrolet Suburban 2017 ໄດ້ຖືກອອກແບບມາເພື່ອໃຫ້ມີຄວາມຮູ້ສຶກຄືກັບວ່າດັ່ງນັ້ນ. ພາຍໃນໄດ້ສະຫນອງຄວາມທັນສະໄຫມ ແລະ ສະດວກສະບາຍ, ໃນຂະນະທີ່ຮູບຮ່າງພາຍນອກສວຍງານ, ອອກແນວສະປອດ ເຮັດໃຫ້ລົດອະເນກປະສົງຄັນນີ້ ໂດດເດັ່ນສະທ້ອນຄວາມເປັນຜູ້ນຳ.

    ງຽບ ແລະ ໄດ້ຮັບການປັບປຸງ

    ເຊບໂຣເລດ ສັບເບີບານ ໄດ້ຖືກອອກແບບເພື່ອໃຫ້ທ່ານ ແລະ ຄອບຄົວຂອງທ່ານໄດ້ຂັບລົດທີ່ສະບາຍແລະງຽບໆ. ມີການປັບປຸງ ຢ່າງລະອຽດອ່ອນ ເຊັ່ນ ແວ່ນໜ້າ an acoustic-laminated ປະຕູທີ່ອັດແໜ້ນແຈບທີ່ສຸດ ຫໍຫຸ້ມດ້ວຍແຜ່ນກັນຄວາມຮ້ອນທັງດ້ານໃນແລະ ດ້ານນອກ, ທ່ານສາມາດເພີດເພີນກັບການຂັບຂີ່ໄດ້ໂດຍບໍ່ມີສຽງລົບກວນສິ່ງລົບກວນຈາກທາງນອກ.

    ພື້ນທີ່ສຳຄັນ

    ບໍ່ພຽງແຕ່ Chevrolet Suburban ມີພື້ນທີ່ກວ້າງຂວາງພໍທີ່ຈະຮອງຮັບໄດ້ທັງຄອບຄົວໃຫ້ໄດ້ພື້ນທີ່ເຫຼືອເຟື້ອສໍາລັບສິ່ງຂອງຂອງທ່ານດ້ວຍພື້ນທີ່ 1,113ລິດ ທີ່ຢູ່ຫລັງແຖວທີສາມ. ຍິ່ງໄປກວ່ານັ້ນ, ຄອນໂຊນກາງມີຂະຫນາດໃຫຍ່ພໍທີ່ໃສ່ເຄື່ອງຄອມພິວເຕີແລັບທັອບ, ແລະ ບ່ອນເກັບເຄື່ອງຂ້າງປະຕູມີບ່ອນສຳລັບໄວ້ຂວດນ້ໍາ, ຖົງຢາງ ແລະ ສິ່ງເລັກນ້ອຍອື່ນໆ.

    ສະດວກແລະສະບາຍ

    ທ່ານສາມາດກຳນົດພື້ນທີ່ເກັບສຳພາລະສິ່ງຂອງຂອງທ່ານໄດ້ງ່າຍໆເພື່ອໃຫ້ເໝາະສົມທີ່ສຸດ ບ່ອນນັ່ງແຖວທີ່ສອງ ແລະ ສາມາສາມາດປັບດ້ວຍໄຟຟ້າ ໂດຍສະເພາະແຖວທີ່ສາມສາມາດພັບເກັບໄດ້ເພີ່ມພື້ນທີ່ໃນການໃຊ້ງານໄດ້ຫຼາຍເຖິງ 3,447ລິດ, ເພື່ອຊ່ວຍເພີ່ມຄວາມສະດວກສະບາຍເວລາທີ່ທ່ານຖືກເຄື່ອງຂອງເຕັມມື້ ເຊັນເຊີທີ່ຢູ່ຫລັງກັນຊົນ ຊ່ວຍໃຫ້ທ່ານເປີດປະຕູຫລັງໄດ້ງ່າຍດ້ວຍການແຍ່ຕີນເຂົ້າໄປໃນກ້ອງກົນລົດ ແລະ ປະຕູກໍ່ຈະເປີດເອງ.

      ສັນຍາລັກທີ່ໄດ້ຮັບການເບິງເຫັນ

      ທ່ານເປັນຄົນທີ່ມີຮູບແບບໃນຕົວເອງ ດັ່ງນັ້ນເປັນຫຍັງບໍ່ສະແດງມັນອອກມາເມື່ອມາເຖິງລົດຂອງທ່ານ? ລຸ້ນ Suburban Signature Edition ມີໃຫ້ ຫຼາຍຢ່າງທີ່ໜ້າສົນໃຈ ເຊັ່ນ: ກະຈັງໜ້າໂຄມ້ຽມ ແລະ ລໍ້ແມັກຂະໜາດໃຫຍ່ທີ່ຈະສ້າງຄວາມປະທັບໃຈໄດ້ທຸກທີ່.

      LT Signature Edition

      ເຕັກໂນໂລຊີ ທີ່ຕອບສະໜອບຄວາມຮູ້ສຶກ

      Chevrolet Suburban ຮອງຮັບການເຊື່ອມຕໍ່ກັບລະບັບປະຕິບັດການຄວາມບັນເທິງ Apple CarPlayTM5 and Android AutoTM5 ຜ່ານໜ້າຈໍສໍາພັດ ເຊບໂຣເລ Chevrolet MyLink®6 display. Built-in OnStar® 4G LTE ພ້ອມ Wi-Fi®1 ຊ່ວຍໃຫ້ຄອບຄົວຂອງທ່ານເຊື່ອມຕໍ່ ແລະ ໃຫ້ຄວາມບັນເທິງ ເມື່ອທ່ານກຳລັງຂັບຂີ່ຢູ່ທ້ອງຖະໜົນ, ໃນຂະນະທີ່ມີກຸ່ມປ່ຽນແປງໃຫມ່ 203ມມ ທີ່ມີ Driver Information Center ແລະ Head-Up ສະຫນອງການເຂົ້າເຖິງງ່າຍໆກັບຂໍ້ມູນທັງຫມົດທີ່ທ່ານຕ້ອງການສໍາລັບການຂັບລົດ.

      ຄວາມລົງຕົວຂອງ Apple CarPlay

      Suburban ຮອງຮັບການສະໜັບສະໜູນຂອງລະບົບ Apple CarPlayTM5 ໄດ້ຢ່າງຊານສະຫຼາດ ໃນການໃຊ້ iPhone ຂອງທ່ານເພື່ອຟັງເພງ, ເບິ່ງແຜນທີ ຊອກຫາເສັ້ນທາງ, ໂທຫາເພື່ອນ ແລະ ອື່ນໆ.

      ຄວາມລົງຕົວຂອງລະບົບ Android Auto

      ຫາກ Android ແມ່ນຮູບແບບຂອງທ່ານຫຼາຍຂື້ນ ຄວາມສາມາດໃຊ້ງານຮ່ວມກັນຂອງ Android Auto TM5 ທີ່ມີໃຫ້ທ່ານສາມາດເຊື່ອມຕໍ່ສະມາດໂຟນທີ່ໃຊ້ງານຮັບກັນໄດ້ ເພື່ອເຂົ້າເຖິງປະຕິທິນ, ລາຍການເພງ ແລະ ເລືອກແອບຕ່າງເຊັ່ນ Google Maps.

      ຫຼາຍໆວິທີເພື່ອຄວາມບັນເທິງ

      ລະບົບຄວາມບັນເທິງທີຕິດໃສ່ເບາະນັ່ງດ້ານຫຼັງພ້ອມເຄື່ອງຫຼິ້ນ Blu-ray TM ຊ່ວຍໃຫ້ຜູ້ໂດຍສານທີ່ຢູ່ດ້ານຫຼັງເຮັດວຽກໄດ້.

       


      ດ້ວຍລະບົບ myChevrolet Mobile App

        ດ້ວຍລະບົບ ດັ່ງກ່າວທ່ານສາມາດປ່ຽນອຸປະກອນເຄືອນທີ່ໃຫ້ເຂົ້າກັນໄດ້ ເປັນສູນກາງບັນຊາການສຳລັບລົດຂອງທ່ານໄດ້້ ເປີດ/ປິດ ເຄື່ອງຈັກ ແລະ ລ໊ອກ/ປົດລ໊ອກ ປະຕູດ້ວຍການແຕະນິ້ວ ທ່ານຍັງສາມາດໄປເຖິງຈຸດໝາຍ ດ້ວຍລະບົບນຳທາງ9, ເບິ່ງຂໍ້ມູນການພິຈາລະນາ ແລະ ແຈ້ງເຕື່ອນການຈອດລົດໄດ້ຈາກທຸກບ່ອນ ເປັນວິທີ່ງ່າຍໆ ແລະ ຊານສະຫຼາດໃນການເຊື່ອມຕໍ່ກັນ.


      ມີສັກກະຍະພາບເກີນຄາດ

      Chevrolet Suburban 2017 ມີປະສິດທິພາບເຄື່ອງຈັກ 5.3L EcoTec3 V8 ໃນການປະສົມປະສານທີ່ໂດດເດ່ນຂອງປະສິດທິພາບການເຮັດວຽກ ແລະ ປະຫຍັດນ້ຳມັນ ເຮັດໃຫ້ລົດມີປະສິດທິພາບສູງ ໂດຍບໍ່ກະທົບກັບກຳລັງ ແລະ ຄວາມສາມາດຂອງການລາກຈູ ແລະ ກະລະງັບການໃຊ້ນ້ຳໜັກເບົາຈະຊ່ວຍເພີ່ມປະສິດທະພາບໃນການປະຫຍັດນ້ຳມັນ ໂດຍການໃຫ້ຄະແນນການບໍລິໂພກນຳມັນເທິງທາງຫຼວງດີທີ່ສຸດໃນລະດັບ 10.4 L/100 km ຂະນະທີ່ຍັງແຂງພໍທີ່ຈະຮັກສາສະພາບລົດທີ່ດີເລີດ ໃຫ້ເປັນທີ່ຮູ້ຈັກລົດ Suburban.

      ນຳສະເໜີໄປແຕ່ລະຂັ້ນຕອນ

      Chevrolet Suburban 2017 ມີລັກສະນະດ້ານຄວາມປອດໄພຂັ້ນສູງທີ່ພ້ອມໃຊ້ງານເພື່ອຊ່ວຍປ້ອງກັນບັນຫາການຕຳ ແລະ ເຕັກໂນໂລຊີທີ່ແຈ້ງເຕືອນ ໃນກໍລະນີທີ່ເກີດການຂັດຂ້ອງ ໃນຄະນະດຽວກັນ ລະບົບການປ່ອງກັນການໂຈນລະກຳທີ່ພ້ອມໃຊ້ງານສາມາດຊ່ວຍຮັກສາຄວາມປອດໄພ ຈາກພາຍໃນລົດຂອງທ່ານເພື່ອບໍ່ໃຫ້:

      Prevent

      ລະບົບປ້ອງກັນ

      ລະບົບຕອບສະໜອງ

      ຄຸນລັກສະນະດ້ານຄວາມປອດໄພບໍ່ສາມາດໃຊ້ແທນຄວາມຮັບຜິດຊອບໃນການຂັບຂີ່ຍານພະຫະນະໄດ້ຢ່າງປອດພັຍ ຄົນຂັບຄວນໃຫ້ຄວາມສົນໃຈກັບສະພາບແວດລ້ອມຂອງການຈໍລະຈອນ ແລະ ສະພາບຖະໜົນຕະລອດເວລາ ອ່ານຄູ່ມືສຳລັບເຈົ້າຂອງລົດ ເບິ່ງຂໍ້ຈຳກັດແລະຂໍ້ມູນຄຸນລັກສະນະຕ່າງໆ.

      ຕິດຕາມ​ເຊບໂຣເລັກ