Starting from

Get a personalized quote

Transmission

6
speed

Cruise Control

Cruise Control

Alternative

Fuel
E85
fuel

ທ່ານສາມາດຮັບຮູ້ຫຼືຈົດຈຳລົດ ມາລິບູ ແລ້ວຈະບໍ່ມັກມັນໄດ້ຫຼືບໍ່?

ດ້ວຍການອອກແບບ ແລະ ເຕັກໂນໂລຢີ ທີ່ກ້າວລ້ຳ ໃນ Malibu 2017 ເປັນເລື່ອງຍາກທີ່ຈະຈົດຈຳ ລົດຄັນນີ້ໂດຍບໍ່ຕ້ອງມີໃຜບໍ່ບອກ. ດັ່ງນັ້ນເຮົາຈຶງນຳຄົນແທ້ບໍ່ແມ່ນນັກສະແດງໄປຍັງສະຖານທີ່ວິຈັຍປອມ ເພື່ອເບິງວ່າພວກເຂົາຈະສາມາດຮັບຮູ້ຫຼືຈົດຈຳ ລົດ Malibu ໄດ້ໂດຍບໍ່ຕ້ອງມີປ້າຍລົດ ຫຼື ກາຍີຫໍ້ສິນຄ້າໃດໆ ນີ້ຄືສິງທີ່ເກີດຂື້ນ.

ລົດທີ່ທ່ານບໍ່ຄາດຝັນ

ເຄື່ອງຈັກເທີໂບ 2.0 ລິດ ຊົງພະລັງດ້ວຍກຳລັງ 250 ແຮງມ້າ ໜ້າຈໍສຳຄວບຄຸ່ມສຳພັດຂະໜາດ 8 ນິ້ວທີ່ມີການສະຫນັບສະຫນູນກັບລະບົບ Apple CarPlay ™, ພາຍໃນທີ່ກວ້າງຂວາງແລະມີການຕົກແຕ່ງ ລະດັບພຣີມ້ຽມ.

ການອອກແບບໃນ DETROIT

Chevrolet Malibu ລຸ້ນທີ່ 9 ປີ 2017 ໄດ້ຮັບການອອກແບບໂດຍຄຳນຶ່ງເຖິງ ມໍລະດົກທາງວັດທະນະທຳອາເມຣິກາອັນໜ້າພາກພູມໃຈ. ເປັນລົດເກັງຂະໜາດກາງ ອອກແບບມາເພື່ອຄວາມປອດໄພທີ່ໜ້າປະທັບໃຈ ເຊັ່ນ: ແຈ້ງເຕືອນ ແລະ ການເບັກແບບໂອໂຕ ແລະ ເຕັກໂນໂລຢີ ທີ່ໃຊ້ງ່າຍ ເຊັ່ນການສະໜັບສະໜູນລະບົບ Apple CarPlay ™ ລົດຄວາມຊັບຊ້ອນ ແລະ ຍົກລະດັບປະສົບການຂັບຂີ່.

ກຳລັງແຮງທີ່ບໍ່ຄາດຄິດ

ຜູ້ທີ່ຕ້ອງການຄວາມຕື່ນເຕັ້ນຈະບໍ່ຜິດຫວັງ ມາລິບູ 250 ແຮງມ້າ ມີເຄື່ອງຈັກ 2.0 ລິດ ເທີໂບ ພະລັງທີ່ມີປະສິດທິພາບເຊິງຜະລິດກຳລັງແຮງ 250ແຮງມ້າ ແລະ ແຮງບິດ 353 ນິວຕັນແມັດ. ມັນບໍ່ພຽງແຕ່ຈັດຢູ່ໃນລົດທີ່ດີລະດັບໂລກເທົ່ານັ້ນ ແຕ່ ມາລິບູ 250 ແຮງມ້າ ມັນຈັດຢູ່ໃນລະດັບຂອງທ່ານ.

     

    ຄວບຄຸມຄວາມປອດໄພທັງໝົດ

    ມາລິບູມາພ້ອມກັບເຕັກໂນໂລຊີດ້ານຄວາມປອດໄພທີ່ໃຊ້ງານໄດ້ທັງຫມົດເຊິງມີເປົ້າໝາຍເພື່ອປ້ອງກັນ ແລະ ປົກປ້ອງທ່ານ ແລະ ຜູ້ໂດຍສານຂອງທ່ານ.

    ຄວາມໃຊ້ເຂັມຂັດນິລະພັນ ແລະ ໝອນຮອງທີ່ເໝົາະສົມກັບອາຍຸ ແລະ ຂະໜາດຂອງເດັກ ແມ້ຈະມີຖົງລົມນິລະໄພ ເຖິງວ່າຢູ່ໃນລົດຈະຕິດຕັ້ງລະບົບກວດຈັບຜູ້ໂດຍສານເດັກນ້ອຍຈະປອດໄພເມື່ອຖຶກຫັດກັບເບາະໄວ້ໃນບ່ອນນັ່ງເດັກນ້ອຍ ຫຼື ບ່ອນນັ່ງເສີມທີເໝາະສົມ, ຫ້າມວາງໝອນຮອງຫົວດ້ານຫລັງໄວ້ທີ່ເບາະນັ່ງດ້ານໜ້າຂອງລົດທີ່ຕິດຕັ້ງຖົງລົມນິລະໄພດ້ານໜ້າ ເບິ່ງຄູ່ມືສຳລັບເຈົ້າຂອງລົດ ແລະ ຄຳແນະນຳບ່ອນນັ່ງສຳລັບເດັກເພື່ອຄວາມປອດໄພເພີ່ມຕື່ມ.

    ຜົນງານທີ່ດີເລີດ

    ມາລິບູ ລົດເກ໋ງຂະໜາດການໃຫ້ຄວາມກວ້າງຂວາງພ້ອມບ່ອນນັ່ງທີ່ອອກແບບມາເພື່ອໃຫ້ທ່ານເດີນທາງໄດ້້ຢ່າງສະດວກສະບາຍ ເປັນລົດທີ່ມີຖານລໍ້ກວ້າງທີ່ສຸດ 1.3ນິ້ວ ສຳລັບພື້ນທີ່ຂອງຜູ້ໂດຍສານທີ່ນັ່ງດ້ານຫຼັງ.

    ລະດັບຄວາມສະດວກສະບາຍຈະເພີ່ມຂື້ນດ້ວຍບ່ອນນັ່ງທີ່ມີການລະບາຍອາກາດ ແລະ ໃນລຸ້ນ LTZ ສາມາດປັບໄດ້ 8 ທິດທາງ

    ຕິດຕາມ​ເຊບໂຣເລັກ