Starting from

Get a personalized quote

Engine

Duramax Diesel
1.6
liter

ຈາກການປະຕິວັດ ສູ່ ວິວັດທະນາການ

ໃນປີ 1953 ເຮົາໄດ້ປ່ຽນອຸດສະາຫະກຳຍານຍົນໂດຍການຝ່າຝືນ ກົດລະບຽບທັງຫມົດ ແລະ ເປັນຜູ້ບຸກເບີກ ລົດຄອບຄົວ SUV Chevrolet Suburban. 80 ກວ່າປີທີ່ຜ່ານມາ ເຮົາຍັງເປັນຜູ້ນໍາໃນການດູແລ ແລະ ພາທ່ານ ໄປພົບກັບຖະໜົນໃໝ່ໆ ທີ່ທ່ານບໍ່ເຄີຍຄິດວ່າຈະພົບໃນຕົວຂອງ ເຊບໂຣເລດທາໂຮ.

Body Side M olding Chrome

Iconic design

ກະຈັງໜ້າທີ່ມີຄວາມຫຼູຫາໜ້າປະທັບໃຈ ແລະ ຊຸດໄຟໜ້າແບບ LED ທີ່ສວຍງານສະກົດທຸກສາຍຕາ, ຄວາມຫຼູຫຼາມີລະດັບນີ້ແມ່ນສັນຍາລັກທີ່ບ່ອກເຖິງການຢັ້ງຢືນເຖິງຄວາມພາກພູມໃຈ ໃຫ້ຮູ້ສຶກເຖິງພະລັງ ແລະ ສະມັດຖະນະ ທີ່ Tahoe ມີຢ່າງຫຼວງຫລາຍ.

Body Side Molding Black

ສວຍງານຈາກທຸກມູມ

ຕາໄຟຫຼັງ ແລະ ຝາອັດທ້າຍລົດ ຖຶກອອກແບບມາໄດ້ຢ່າງສວຍງານແບບລະອຽດທີ່ສຸດ ໃບປັດນ້ຳຝົນດ້ານຫຼັງເຮັດໃຫ້ Tahoe ຍິ່ງເບິ່ງແລ້ວດີຂື້ນກວ່າເກົ່າ ດ້ວຍການເຊື່ອງໄວ້ດ້ານຫຼັງຂອງ ສະປອຍເລີ ຫຼັງຄາ ບໍ່ວ່າທ່ານຈະເບິ່ງໄປທາງໃດຂອງ Tahoe ກໍ່ສວຍງານໄປໝົດ.

ຄວາມຫຼູຫຼາມີລະດັບບໍ່ເຄີຍຈະຖືກປິດບັງ.

ໃສ່ໃຈທຸກລາຍລະອຽດ

ການສ້າງຫ້ອງຜູ້ໂດຍສານໃຫ້ມີຄວາມຫງຽບສະຫງົບທີ່ສຸດ ເປັນຈຸດສົນໃຈຫຼັກຂອງພວກເຮົາ ເຊິ່ງເປັນເຫດຜົນທີ່ Tahoe ມີແວ່ນແກ້ວບັງລົມ ແບບ Acoustic-laminated windshield ແລະ ປະຕູທີ່ອັດແຈບທີ່ສຸດ ເພື່ອຊ່ວຍລຸດຜ່ອນ ສຽງລົບກວນຈາກພາຍນອກ, ເພີ່ມດ້ວຍ ແຜງກັນຄວາມຮ້ອນດ້ານໃນ ແລະ ດ້ານນອກ, ພື້ນລົດທີ່ມີຄວາມໜາຂື້ນ ເປັນສ່ວນສຳຄັນໃນການແຍກໄອເສຍ ແລະ ສຽງດັ່ງຈາກພື້ນລົດ, ຄວາມງຽບສະຫງົບຂອງ Tahoe ຈະເຮັດຜູ້ທີ່ໄດ້ນັ່ງໄປນຳ ຮູ້ສຶກເໝືອກັບວ່າຕົວເອງນັ່ງຢູ່ໃນວິຫານແຫ່ງໃດແຫ່ງຫນຶ່ງຈາກນອກໂລກ.

Body Side Molding Chrome

ເບາະນັ່ງສາມາດປັບໄດ້້ຫຼາຍທິດທາງ

9 ບ່ອນນັ່ງ, ພື່ນທີ່ດ້ານໃນກວ້າງຂວາງຫຼາຍ ພ້ອມບ່ອນສຽບໄຟ ຢູ່ບ່ອນນັ່ງແຖວທີ່ 2 ແລະ 3 ສາມາດພັບເບາະລົງໄດ້, Tahoe ມີພື້ນທີ່ຈັດເກັບເຄື່ອງໄດ້ເຖິງ 2.682ລິດ.

Body Side Molding Black

ກັ່ນຕອງ ດ້ານໃນ ແລະ ດ້ານນອກ

ດ້ານໃນ Tahoe, ຄອນໂຊນທາງກາງ ມີຂະໜາດໃຫຍ່ພໍສາມາດ ໃສ່ຄອມພິເຕີ ແລັບທັອບໄດ້.

Body Side Molding Black

ລາຍລະອຽດຢ່າງມີລົດສະນີຍົມ

ພາຍໃນ Tahoe ມີວັດສະດຸທີຫຍິບດ້ວຍມື້ລຸ້ນດີ ທີ່ນຳໄປສູ່ຮູບການອອກແບບທີ່ສວຍງານ ນຳສະເໜີສ່ວນຜະສົມຢ່າງລົງຕົວ ລະຫວ່າງຄວາມສະດວກສະບາຍ ແລະ ຄວາມຊານສະຫລາດໄວ້ດ້ວຍກັນ.

UNCOMPROMISING PERFORMANCE

.5.3L V8 355HP Engine
.Variable Valve Timing Technology
.10.3 km/l (combined consumption)
.Magnetic Ride Control
.4x4 capability

ການຂັບຂີ່ອອກນອກສະຖານທີ ທີ່ດີເລີດ

ພ້ອມແລ້ວທີ່ຈະອອກສູ່ສະໜາມການຂັບຂີ່

ວ່ອງໄວກວ່າໝູ່, Tahoe ອາດເບິງເປັນລົດອະເນກປະສົງທີ່ຫຼູຫຼາ ອອກແບບມາເພື່ອໃຫ້ຜູ້ໂດຍສານ ມີຄວາມສະດວກສະບາຍທີ່ສຸດ ປຽບຄືກັນກັບການລອງເຮືອໄປຕາມທ້ອງຖະໜົນທີ່ເປີດໂລງ ພາຍໃນອອກແບບໄດ້ຢ່າງມີສະໄຕ ແລະ ການຕົກແຕ່ງທີ່ປາດນີດ ແຕ່ຫົວໃຈຂອງການຂັບຂີ່ທີ່ແທ້ຈິງ ແມ່ນຢູ່ທີ່ເຄື່ອຈັກ 5.3ລິດ V8 ຂອງ Tahoe ມອບພະລັງທີ່ມະຫາສານໃຫ້ລະບົບການຂັບເຄື່ອນ 4ລໍ້, ເຮັດໃຫ້ການຜ່ານອຸປະສັກຕ່າງໆ ເປັນເລື່ອງທີ່ງ່າຍດາຍແລະໃຊ້ເວລາໜ້ອຍ ໃນຂະນະທີ່ ລະບົບ Magnetic Ride Control ເຮັດວຽກ ທ່ານກໍ່ຈະເພີດເພີນໄປກັບການຜະຈົນໄພໃນສະໜາມການຂັບຂີ່, ເພີ່ມປະສິດທິພາບການຂັບຂີ່ແບບ off-road ດ້ວຍເຕັກໂນໂລຊີ 4x4 ທີ່ພ້ອມຜ່ານຜ່າທຸກເສັ້ນທາງ.

Body Side Molding Chrome

ການຂັບເຄື່ອນແບບ 4 ລໍ້

ລະບົບຂັບເຄື່ອນ 4ລໍ້ ຊ່ວຍໃຫ້ Tahoe ສາມາດປ່ຽນໂໝດການຂັບຂີ່ໄດ້ຢ່າງງ່າຍດາຍລະຫວ່າງການຂັບເຄື່ອນແບບ 2ລໍ້ ແລະ ແບບ 4ລໍ້ໂດຍໃຊ້ປຸ້ມ ເຮັດໃຫ້ການຜະຈົນໄພນອກຖະໜົນແບບ Off-Road ຂອງທ່ານສົດໃສ ແລະ ມ່ວນຊື່ນ.

Body Side Molding Black

ລະບົບຊ່ວຍເຫຼືອໃນການລົງຄ້ອຍຊັນ

ເຕັກໂນໂລຊີນີເປັນນະວັດຕະກຳທີ່ຊ່ວຍໃຫ້ທ່ານຂັບລົດລົງຄ້ອຍຊັນໄດ້ປອດໄພທີ່ສຸດ ໂດຍການຄວບຄຸມອັດຕາການຄວາມໄວຂອງລົດ ແລະ ປ້ອງກັນບໍ່ໃຫ້ລົດສູນເສີຍການຄວບຄຸມ ເວລາຕົກຂຸມ.

Ground Effect Kit - Rocker Molding (Side)

ຄວາມສູງຈາກພື້ນດິນຫາຈຸດຕຳສຸດຂອງລົດ 200ມມ

ຄວາມສູງຈາກພື້ນດິນຫາຈຸດຕຳສຸດ ທີ່ໜ້າປະທັບໃຈນີ້ ຂອງລົດ ທາໂຮນີ້ ຈະສາມາດພາທ່ານໄປສະຖານທີ່ຕ່າງໆໄດ້ຢ່າງງ່າຍດາຍ, ພ້ອມລະບົບຂັບເຄື່ອນແບບ 4ລໍ້ ຍິ່ງພາທ່ານໄປໄດ້ໄກກວ່າທີ່ທ່ານຄິດ.

TAHOE RST EDITION

ລົດອະເນກປະສົງທີ່ມາພ້ອມກັບຫົວໃຈຂອງລົດ CORVETTE

ພາລົດ Tahoe ກ້າວຜານອີກລະດັບ ດ້ວຍລົດອະເນກປະສົງ ທີ່ໄວທີ່ສຸດ ແລະ ທັນສະໄຫມທີ່ສຸດ. ດ້ວຍເຄື່ອງຈັກ 6.2L V8 ຄວບຄູ່ໄປກັບເຕັກໂນໂລຊີ ທີທັນສະໄຫມຫຼ້າສຸດ ທີ່ຈະພົບສະມັດຖະນະນີ້ໄດ້ໃນລົດຂອງພວກເຮົາ.

The Tahoe RST hosts the perfect combination of urban design, performance and technology:

Z71 OFF-ROAD PACKAGE

ຫຼົບໜີ ອອກຈາກເມືອງທີ່ວຸ້ນວາຍ

Tahoe ໄດ້ຮັດການຂະໜານນາມວ່າເປັນ ລົດອະເນກປະສົງທີ່ ຫຼູຫຼາ ແລະ ທັນສະໄໝ ແຕ່ເມື່ອທ່ານລວມ Tahoe ໄວ້ກັບແພັກເກັດອັອບໂຣດ Z71 ທີ່ໂດດເດັ່ນ ທ່ານຈະສາມາດໃຊ້ງານໄດ້ ຍັງຄົງແກນແທ້ໄວ້, Tahoe Z71 ຈະສາມາດຂັບຜ່ານຖະໜົນທີ່ຍາກລຳບາກໄດ້້ຄືກັນກັບຂັບຜ່ານຖະໜົນໃນຕົວເມືອງ, ພ້ອມກະຈັງໜ້າທີ່ເປັນເອກະລັກ ມີແຜນເຫຼັກ ກັນຫມື່ນເຈືອກ ໃນມຸມ 24ອົງສາ ຢູ່ກອງລົດ ໃນລຸ້ນນີ້, ຢາງຕີນລົດແບບອັອບໂຣດ ແລະ ເຕັກໂນໂຣຊີ Off-roading ຈະເຮັດໃຫ້ທ່ານໝັ້ນໃຈໄວ້ວ່າຈະໄປໄດ້ທຸກສະຖານທີ່ດ້ວຍ Tahoe Z71 ທ່ານຈະສາມາດລຸດພົ້ນຈາກຕົວເມືອງທີ່ແອອັດ ເຕັມໄປດ້ວຍລົດລາທີ່ຕິດຄັດ ສູ່ອິດສະຫຼະ.

ຜະເຊີນໜ້າກັບການຜະຈົນໄພ

ດ້ານໜ້າຂອງລຸ້ນ Z71 ໄດ້ອອກແບບໃຫ້ແທດເໝາະ ມີຄວາມສາມາດໃນການຂັບຂີ່ແບບ Off-Road, ກະຈັງໜ້າທີ່ສວຍງານປະສົມປະສານກັບສັນຍາລັກໂລໂກ ສະແດງຂໍ້ຄວາມທີ່ບົງບອກຢ່າງຊັດເຈນເຖິງເຈດຕະນາລົມຂອງລົດ ທີ່ຈະສາມາດພາທ່ານຜ່ານຜ່າ ເສັ້ນທາງທີ່ຍາກລຳບາກໄດ້ດີທີ່ສຸດ. ແຜນເຫຼັກກັນ ໝື່ນເຈືອກ ໃນມູມ 24ອົງສາທີ່ຕິດຢູ່ກອງລົດ ຈະສາມາດຊ່ວຍໃຫ້ທ່ານຈັດການກັບ ທາງຄ້ອຍທີ່ສູງຊັນໄດ້ຢ່າງສະບາຍ ແລະ ຍັງຊ່ວງປ້ອງກັນຊ່ວງລາງຂອງລົດທ່ານໄດ້ອີກເຊັ່ນດຽວກັນ.

Body Side Molding Chrome

ສັນຍາລັກ Z71

ກາສັນຍາລັກ Z71 ມີຄວາມໝາຍຄືກັນກັບລົດຍົນ ທີ່ມີສະມັດຖະນະສູງ ຂອງເຊບໂຣເລດ ແລະ Tahoe ກໍ່ບໍ່ແຕກຕ່າງກັນ, ບໍລິເວນຮອບນອກ ແລະ ຫ້ອງໂດຍສານມີກາສັນຍາລັກ Z71 ຕິດຢູ່ ບົງບອກໃຫ້ຜູ້ທີ່ລົດນິຍົມ ອ້ອມຂ້າງຮູ້ວ່າ ເຮົາພ້ອມແລ້ວສໍາລັບການຜະຈົນໄພ.

Body Side Molding Black

ເຄື່ອງວັດແທກແຮງໂນ້ມຖ້ວງແບບດິຈີຕ໋ອນ

ເມື່ອທ່ານອອກໄປພິຊິດພູມສັນຖານທີ່ຍາກລຳບາກຕ່າງໆ ທ່ານຈຳເປັນຈະຕ້ອງຮູ້ວ່າຕ່ຳແໜ່ງທີ່ດີທີສຸດຂອງລົດທ່ານເວລານັ້ນເປັນແນວໃດ. ເຄື່ອງວັດແທກແຮງໂນ້ມຖ້ວງແບບດິຈີຕ໋ອນໃນຈໍສະແດງຜົນ ຂອງລຸ້ນ Z71 ຈະສະແດງໃຫ້ຮູ້ວ່າສະພາບຖະໜົນ ແລະ ສະພາບລົດເປັນແນວໃດ ເມື່ອທ່ານຂັບຂີ່ໃນເສັ້ນທາງແບບ Off-Road.

Body Side Molding Black

ລໍ້ແມັກຂະໜາດ 20 ນິ້ວ

ເມື່ອທ່ານກຳລັງຂັບລົດໃນສະໜາມທີ່ຍາກລຳບາກ, ຂະໜາດຂອງລໍ້ແມ່ນມີຄວາມສຳຄັນຫຼາຍ, ດ້ວຍເຫດນີ້ລຸ້ນ Z71ຈຶງມີລໍ້ແມັກອະລູມີນຽມ ຂະໜາດ 18ນິ້ວ ແລະ 20ນິ້ວ, 5ດິ້ວ ເພື່ອຊ່ວຍໃຫ້ທ່ານໝັ້ນໃຈໄດ້ຢ່າງແນ່ນອນ ໃນເວລາຂັບເທິງເສັ້ນທາງທີ່ເປັນຂຸມແລະໂນນ.

ການເຂົ້າເຖິງເຕັກໂນໂລຊີ

ການເຊື່ອມຕໍ່ບລູທູດ
ລົມໂທລະສັບແບບ Handsfree calling
ຮັບຮອງລະບົບ Apple CarPlayTM Support
ໜ້າຈໍສຳພັດຂະໜາດ 8ນິ້ວ
ໜ້າຈໍສະແດງຜົນເທິງເພດານລົດ
ບ່ອນຄວບຄຸມຂໍ້ມູນຕ່າງໆ

Body Side Molding Chrome

ການໃຊ້ງານທັງໝົດ ພຽງແຕ່ກົດປຸ່ມສະຕາດ

ບໍ່ຈຳເປັນຕ້ອງໃຊ້ກະແຈສຽບເພື່ອໄຂປະຕູລົດ ພຽງແຕ່ກົດປຸ່ມທີ່ບ່ອນມື້ຈັບຂ້າງປະຕູເທົ່ານັ້ນ ຫລັງຈາກນັ້ນກໍ່ກົດປຸ່ມສະຕາດ ທ່ານກໍ່ສາມາດຕິດຈັກລົດຂອງທ່ານໄດ້ຢ່າງງ່າຍດາຍ.

Body Side Molding Black

ປັກສຽບໄຟຟ້າ

ນຳອຸປະກອນເຕັກໂນໂລຊີຂອງທ່ານໄປໄດ້ທຸກບ່ອນ, ມີບ່ອນສາກໄຟໄດ້ເຖິງ 13ຈຸດ, ລວມທັງຫູ USB ຈຳນວນ 6ຈຸດ, ມີຫູປັກສຽບໄຟ 230V, ແລະ ບ່ອນສາກໂທລະສັບແບບ wireless.

Body Side Molding Black

ດ້ານຫລັງສະບາຍຂື້ນຫຼາຍ

ດ້ານຫຼັງຂອງ ທາໂຮ ເປັນບ່ອນທີ່ເໝາະສຳລັບການນັ່ງສະບາຍໆ ໃນເວລາເດີນທາງໄກ ດ້ວຍການເພີ່ມໜ້າຈໍແດງຜົນ ພ້ອມລະບົບສາຍແຜ່ນດີວີດີ Blu-Ray capability ແລະ ທ່ານຈະບໍ່ຢາກລຸກອອກຈາກລົດໄປໃສ່ເລີຍ.

ປອດໄພ ແລະ ປອດໄພ

ທາໂຮ ນຳສະເໜີຄຸນລັກສະນະຄວາມປອດໄພຂັ້ນສູງທີ່ພ້ອມໃຊ້ງານເພື່ອຊ່ວຍປ້ອງກັນອຸບັດຕິເຫດທີ່ອາດເກີດຂື້ນໄດ້, ນອກຈາກນັ້ນຍັງມີເຕັກໂນໂລຊີ ທີ່ຊ່ວຍປົກປ້ອງກັນທ່ານ ແລະ ຕອບສະໜອງຕໍ່ເຫດການທີ່ເກີດຂື້ນ ຍັງມີລະບົບກັນຂະໂມຍທີ່ມີຢູ່ໃນຕົວລົດເພື່ອຊ່ວຍປ້ອງກັນແລະຮັກສາ ເຄື່ອງຂອງສຳພາລະ, ຄົນຂັບກໍ່ບໍ່ຕ້ອງເປັນກັງວົນໃນເລື່ອງນີ້ຫລາຍ ແຕ່ຄວນໃຫ້ຄວາມສົນໃຈໃນເລື່ອງຂອງສະພາບການຈໍລະຈອນ, ສະພາບແວດລ້ອມ ແລະ ສະພາບຖະໜົນຫຼາຍກວ່າ.

ລະບົບແຈ້ງເຕືອນການຕຳດ້ານໜ້າ

ນໍາໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງເພື່ອສະແກນກວດຈັບລົດທີ່ແລ່ນຢູ່ດ້ານໜ້າ, ຄຸນນະສົມບັດທີ່ມີຢູ່ນີ້ຈະແຈ້ງເຕືອນທ່ານກ່ຽວກັບຄວາມສ່ຽງທີ່ອາດເກີດຂື້ນດ້ວຍພາບ ແລະ ສຽງ.

ລະບົບແຈ້ງເຕືອນມຸມອັບສາຍຕາ

ເຊັນເຊີ ຈະຊ່ວຍແຈ້ງເຕືອນໃຫ້ທ່ານໄດ້ຮູບວ່າມີລົດແລ່ນມາດ້ານຂ້າງຂອງລົດດ້ານໃດກໍ່ຕາມເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ອາດເກີດອຸບັດເຫດ, ຕ້ອງຂອບໃຈ ນະວັດຕະກຳ ການແຈ້ງເຕືອນມຸມອັບສາຍຕາ.

ລະບົບຊ່ວຍຈອດດ້ານຫຼັງ

ລະບົບຊ່ວຍຈອດດ້ານຫຼັງຈະເຮັດວຽກເມື່ອທ່ານຖອຍລົດເຂົ້າຈອດ, ເຊັນເຊີຈະກວດຈັບ ແລ້ວສົ່ງສັນຍາອັນຕະລາຍທີ່ອາດເກີດຂື້ນຈາກດ້ານຫຼັງໃນລະຫວ່າງຈອດລົດ.

Body Side Molding Chrome

ຄອບຄຸມທຸກມຸມມອງ

ຖົງລົມນິລະໄພແບບຄູ່ສຳລັບຄົນຄັບ ແລະ ຜູ້ໂດຍສານ ດ້ານຂ້າງ, ຖົງລົມນິລະໄພຂ້າງກັນກະແທກ ສຳລັບຜູ້ໂດຍສານ ແລະ ຄົນຂັບດ້ານໜ້າ ເພີ່ມການປ້ອງກັນການຕຳດ້ານຂ້າງ.

EXPLORE CHEVROLET TAHOE

ຄວາມປອດໄພລະດັບພິເສດ

Tahoe ມາພ້ອມຄຸນນະສົມບັດດ້ານຄວາມປອດໄພ ລະດັບພິເສດ ເພາະເຕັກໂນໂລຊີ ທີ່ຊ່ວຍປ້ອງການທັງຄົນຂັບແລະຜູ້ໂດຍສານໄດ້ 360ອົງສາ.

Body Side Molding Chrome

ຕິດຕາມ​ເຊບໂຣເລັກ